ຄວາມ​ເປັນ​ມາ​ຂອງ​ສະມາຄົມ​ຄົນ​ພິການ​ລາວ
  1. ຄວາມ​ເປັນ​ມາ​ຂອງ​ສະມາຄົມ​ຄົນ​ພິການ​ລາວ ​ໃຫ້​ເບື່ງຢູ່​ໃນ Brochure ພາສາ​ລາວ ​ແລະ ພາສາ​ອັງກິດ. ( ນໍາ​ໃຊ້​ກົດ​ລະບຽບ​ຊົ່ວຄາວ ສະບັບ​ເລກທີ 1977/ຮສສ, ລົງ​ວັນ​ທີ 12 ກໍລະ​ກົດ 2001 )
  2. ພາລະ​ບົດບາດ​ຂອງ​ສະມາຄົມ​ຄົນ​ພິການ​ລາວ:ສະມາຄົມ​ຄົນ​ພິການ​ລາວ ມີ​ຊື່​ຫໍ້​ຍວ່າ: “ ສ.ພ.ລ. “

​ເປັນ​ອົງການ​ຈັດ​ຕັ້ງທາງ​ສັງຄົມ​ທີ່​ມີ​ຄວາມ​ຕື່ນ​ຕົວ​ຂອງ​ຄົນ​ພິການ​ລາວ​ບັນດາ​ເຜົ່າ​ຈັດ​ຕັ້ງ​ຂື້ນມີ​ສອງ​ຂັ້ນ​ຄື: ຂັ້ນສູນ​ກາງ​ແມ່ນ​ຢູ່​ພາຍ​ໃຕ້​ການ​ຊີ້​ນໍາ ຂອງ​ຄະນະ​ກໍາ​ມະ​ທິການ​ແຫ່ງ​ຊາດ​ເພື່ອ​ຄົນ​ພິການ. ​ເຊື່​ງ​ແມ່ນ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ​ແລະ ສະຫັວດດີກາ​ນ ສັງຄົມ​ເປັນ​ປະທານ, ຂັ້ນ​ທ້ອງຖີ່​ນ​ແມ່ນ​ຢູ່​ພາຍ​ໃຕ້ ການ​ຊີ້​ນໍາຄະນະ​ກໍາ​ມະ​ທິການ​ແຫ່ງ​ຊາດ
​ເພື່ອ​ຄົນ​ພິການ​ຂັ້ນ​ແຂວງ ​ແລະ ອໍານາດ​ການ​ປົກຄອງ​ທ້ອງ​ຖີ່​ນ. ສ.ພ.ລ. ​ເປັນ​ອົງການ​ຈັດ​ຕັ້ງ​ຕັ້ງ​ຂອງ​ຄົນ​ພິການ ​ເປັນ​ຕົວ​ແທນ​ແຫ່ງ​ສິດຜົນປະ​ໂຫຍ​ດຂອງ​ຄົນ​ພິການ​ບັນດາ​ເຜົ່າ, ຊຸກ​ຍູ້​ສົ່ງ​ເສີມ​ໃຫ້​ສະມາຊິກ​ຄົນ​ພິການ​ໄດ້​ມີ​ໂອກາດ​ເທົ່າ​ທຽມ​ກັນ​ກັບ​ຄົນ​ບໍ່​ເປັນ​ພິການ, ທາງ​ດ້ານ​ສິດທິ ​ແລະ ຄວາມສະ​ເໝີ​ພາບ​ທາງ​ດ້ານ​ການ​ສຶກສາ, ການ​ຝຶກ​ວິຊາ​ຊີບ, ສຸກຂະພາບ. ການ​ມີ​ວຽກ​ເຮັດ​ງານ​ທໍາ, ການ​ຮັບ​ຮູ້​ທາງ​ດ້ານ​ຂໍ້​ມູນ​ຂ່າວສານ, ການ​ປັບປຸງສີ່​ງອໍານວຍ​ຄວາມ​ສະດວກ​ຢູ່​ສະພາບ​ແວດ​ລ້ອມ​ໃນ​ສັງຄົມ ​ແລະ ການ​ມີ​ສ່ວນ​ຮ່ວມ​ຕ່າງໆ​ໃນ​ຂົງ​ເຂດ​ວຽກງານ, ການ​ພັດທະນາ​ປະ​ເທດ​ຊາດ​ພ້ອມ​ກັນ​ນັ້ນ​ສະມາຄົມ​ຄົນ​ພິການ​ລາວ​ຍັງ
​ໃຫ້ການ​ບໍລິການ​ທາງ​ດ້ານ​ເຄື່ອງ​ຄໍ້າ​ຊູ, ​ໄມ້ຄ້ອນ​ເທົ້າ, ລາບ​ຂາ, ​ເຄື່ອງ​ຊ່ວຍ​ຟັງຫູ, ​ແວ່ນຕາ, ລໍ້​ເລື່ອນ, ລໍ້​ໂຍກ ​ແລະ ອຸປະກອນ​ອື່ນໆ​ທີ່​ຊ່ວຍ​ໃຫ້​ຄົນ​ພິການ​ໄດ້​ຮັບ​ການ​ຟື້ນ​ຟູທາງ​ດ້ານ​ສຸຂະ​ພາບ ທັງ​ໄດ້​ເອື້ອ​ອໍານວຍ​ທາງ​ດ້ານ​ເອກະ​ສານ​ໃຫ້​ບັນດາ​ສະມາຊິກ​ຄົນ​ພິການ​ໄດ້​ຕິດ​ຕໍ່​ພົວພັນ​ໃນ​ການ​ປະ​ກິກກິດຈະ​ກໍາ​ຊ່ວຍ​ເຫຼືອຕົນ​ເອງ​ຕື່ມ​ອີກ.

  • ​ແຜນ​ວາດ​ທີ່​ຕັ້ງ
  • ຄະນະບໍ​ຫານ​ງານ​ສະມາຄົມ​ຄົນ​ພິການ​ລາວ​ຖືກ​ເລືອກ​ຕັ້ງຈາກ​ສະມາຊິກ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ຄັ້ງ​ທີ I ​ໃນ​ວັນ​ທີ 21 ກໍລະກົດ 2001 ມີ 11 ທ່ານ:
    • ທ່ານ ສິງ​ຄໍາ ຕະກຸນ​ພັກ ປະທານ​ສະມາຄົມ​ຄົນ​ພິການ​ລາວ
    • ທ່ານ ບຸນ​ວຽນ ຫຼວງ​ຍອດ ຮອງ ປະທານ​ຜູ້​ທີ​ໜື່ງ ຂອງ​ສະມາຄົມ​ຄົນ​ພິການ​ລາວ
    • ທ່ານ ຈັນ​ເພັງ ສີ​ວິລາ ​ ຮອງ ປະທານ​ຜູ້​ທີ​ສອງ ຂອງ​ສະມາຄົມ​ຄົນ​ພິການ​ລາວ
    • ທ່ານ ສົມ​ເພັດ ອັກຄະ​ວົງ ຄະນະບໍ​ຫານ​ງານ​ຂອງ ສະມາຄົມ​ຄົນ​ພິການ​ລາວ
    • ທ່ານ ສົມ​ຂັວນຕາ ສຸວັນ​ທະ​ລິ​ສິດ ຄະນະບໍ​ຫານ​ງານ​ຂອງ ສະມາຄົມ​ຄົນ​ພິການ​ລາວ
    • ທ່ານ ​ແກ້ວ​ບຸນ​ມາ ຈັນທະ​ວົງ ຄະນະບໍ​ຫານ​ງານ​ຂອງ ສະມາຄົມ​ຄົນ​ພິການ​ລາວ
    • ທ່ານ ບຸນ​ຫວາດ ຈຸທາ​ໄທ ຄະນະບໍ​ຫານ​ງານ​ຂອງ ສະມາຄົມ​ຄົນ​ພິການ​ລາວ
    • ທ່ານ ສົມ​ມາດ ທອງ​ສີ​ທະ​ວົງ ຄະນະບໍ​ຫານ​ງານ​ຂອງ ສະມາຄົມ​ຄົນ​ພິການ​ລາວ
    • ທ່ານ ສຸກ​ທະວີ​ສອນ ຄຸນ​ສີ​ປະ​ເສີດ ຄະນະບໍ​ຫານ​ງານ​ຂອງ ສະມາຄົມ​ຄົນ​ພິການ​ລາວ
    • ທ່ານ ທິລະ​ບັນ​ນາ​ວົງ ຄະນະບໍ​ຫານ​ງານ​ຂອງ ສະມາຄົມ​ຄົນ​ພິການ​ລາວ
    • ທ່ານ ນາງ ບົວ​ຄໍາ ​ແສງ​ດາລາ ຄະນະບໍ​ຫານ​ງານ​ຂອງ ສະມາຄົມ​ຄົນ​ພິການ​ລາວ

Email: akhavong@yahoo.com ນີ້​ແມ່ນ​ທີ່​ຢູ່​ຂອງ​ໜ່ວຍ​ງານ​ສື່ສານ​ມວນ​ຊົນ​ສະມາຄົມ​ຄົນ​ການລາວ.