ໜ້າທໍາອິດ | ກ່ຽວກັບ ສພລ | ລາຍການວິທະຍຸ | ຕິດຕໍ່ພົວພັນ | ລວມເວັບລິ້ງ                                                                       <<ພາສາອັງກິດ>>  
ສົ່ງເສີມໃຫ້ທຸກຄົນໄດ້ມີໂອກາດເທົ່າທຽມກັນ

  ສິດສະເໝີຂອງຄົນພິການລາວ
  ຈົດໝາຍຂ່າວປະຈໍາເດືອນ  

ລາຍການວິທະຍຸ
  ບົດສໍາພາດເລືອ່ງນະໂຍບາຍ
  ບົດສົນທະນາການສຶກສາຮ່ວມ
  ບົດເລົ່າເລື່ອງການຈ້າງງານ
  ຟັງລາຍການທັງໝົດ

ຂ່າວອາກາດປະຈໍາວັນ
 ວຽງຈັນ
 ຫຼວງພະບາງ
 ສະຫວັນນະເຂດ
 ປາກເຊ
  ບົດກ່າວຂອງທ່ານປະທານສະມາຄົມຄົນພິການລາວ
ຂ້າພະເຈົ້າມີຄວາມປິຕິຊົມຊື່ນແລະມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດສະແດງຄວາມຮູ້ສຶກຂອງຂ້າພະເຈົ້າຕໍ່ກັບການ ເປີດເວັບໄຊໃໝ່ເປັນຄັ້ງທໍາອິດຂອງສະມາຄົມຄົນພິການລາວ. ການດໍາເນີນກ່ຽວກັບເລື່ອງນີ້ທີມງານຂອງພວກເຮົາໄດ້ສະລະ ເວລາຫຼາຍພໍສົມຄວນແລະໄດ້ສູມທຸກເຮື່ອແຮງແລະສະຕິປັນຍາເຂົ້າໃນວຽກງານດັ່ງກ່າວນີ້. ຂໍ້ມູນລາຍລະອຽດແລະກິດຈະ ກໍາຕ່າງໆແມ່ນເລັ່ງໃສ່ການເຄື່ອນໄຫວກິດຈະກໍາໃນດ້ານຕ່າງໆຂອງສະມາຄົມຄົນພິການລາວທີກໍາລັງປະຕິບັດຢູ່ ແລະ ຈະປະ
ຕິບັດໃນຕໍ່ໜ້າ. ພວກເຮົາຄໍານຶງຢູ່ສະເໝີວ່າ: ສະມາຄົມຄົນພິການລາວຂອງພວກເຮົາແມ່ນຍັງໜຸ່ມນ້ອຍແຕ່ພວກເຮົາ...
(ອ່ານຕໍ່>>)

ຂ່າວສານທົ່ວໄປກ່ຽວກັບຄົນພິການ


ການແຂ່ງຂັນກິລາບານບ້ວງລໍ້ເລື່ອນທົວນາເມັນ
ສູນ​ຟື້ນ​ຟູ​ຄົນ​ພິການ​ແຫ່ງ​ຊາດ​ໄດ້​ເປັນ​ເຈົ້າພາບ​ໃນ​ການ​ຈັດການ​ແຂ່ງຂັນ​ກິລາ​ບານບ້ວງ​ຄົນ​ພິການ ນານາຊາດ​ຄັ້ງ​ທີ​ໜຶ່ງ​ຂື້ນ​ໃນ​ລະຫວ່າງ ​ວັນ​ທີ 15 ຫາ 16 ມັງກອນ​ນີ້​. ​ເຊິ່ງລວມມີ​ສີ່​ທີມ​ຈາກ​ບັນດາ​ປະ​ເທດ​ຄື: ລາວ​, ​ໄທ, ມະ​ເລ​ເຊຍ​ ​ແລະ ຍີ່​ປຸ່ນເຊິ່ງ ລາວ​ເຮົາ​ຈະ​ທໍາການ​ແຂ່ງຂັນ​ກັບ​ປະ​ເທດທີ່ ຕ່າງໆ​ເພື່ອສ້າງ​ຄວາມ​ສໍາ​ພັນ​ມິດຕະພາບ, ສຸຂະພາບ ​ແລະ ປັບປຸງ​ຄຸນະພາບຂອງ​ທີ​ມກິລາ​ວ ພິການ​ລາວ​ເຮົາ​ໃຫ້​ດີ​ຂື້ນ​ກ່ວາ​ເກົ່າ.


ຄົນ​ພິການ​ລາວ​ບັນດາ​ເຜົ່າ​ໄດ້​ຮັບ​ເຂົ້າ​ກີ​ນ
ຄົນ​ພິການ​ລາວ​ລາວ​ບັນດາ​ເຜົ່າ​ແມ່ນ​ມີ​ຫລາຍ​ສົມຄວນ​ໃນ​ຂອບ​ເຂດ​ທົ່ງ​ປະ​ເທດ, ພວກ​ເຂົາ​ສ່ວນ​ຫລາຍ​ກາຍ​ເປັນ​ພິການ​ ຍ້ອນ​ເກີດ​ມາ​ຈາກ​ສົງຄາມ, ຜົນ​ກະທົບ​ຈາກ​ລູກ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ, ອຸປະຕິ​ເຫດ​ຈາກ​ການ​ອອກ​ແຮ​ງງານ, ການ​ຈາລະ​ຈອນ, ຈາກ​ພະຍາດ ​ແລະ ຈາກກຳ​ເນີ​ດ. ສ່ວນ​ຫລາຍ​ມີ​ຖານະ​ທຸກ​ຍາກ (ອ່ານຕໍ່>>)

ການເຝິກອົບຮົມກ່ຽວກັບກຸ່ມຜູ້ຟັງລາຍການວິທະຍຸເພື່ອຄົນພິການທີ່ ສພລ
ເພື່ອປູກຈິດສໍານຶກໃຫ້ສັງຄົມຮັບຮູ້ແລະຍອມຮັບຄົນພິການທີ່ດໍາລົງຊີວິດຢູ່ຮ່ວມກັນໃນສັງຄົມ, ດັ່ງນັ້ນສະມາຄົມຄົນພິການລາວ ຈິ່ງໄດ້ ຈັດຕັ້ງການເຝິກອົບຮົມກຸ່ມຜູ້ຟັງລາຍການວິທະຍຸເພື່ອນຄົນພິການຂື້ນມາ, ເປົ້າໝາຍເພື່ອເຝິກທັກສະໃນການເປັນພິທີ ກອນແລະການຂຽນບົດໃຫ້ມີເນື້ອໃນດີໃຫ້ແກ່ບັນດາອ້າຍນ້ອງພິການທັງຫຼາຍທີ່ເປັນນັກຂ່າວແລະພິທີກອນເພື່ອໃຫ້ເຂົາ ເຈົ້າສາມາດ ກັບໄປປະຕິບັດຂຽນບົດໃຫ້ໄດ້ດີໃຫ້ແກ່ສະຖານີວິທະຍຸແລະໜັງສືພີມປະຈໍາທ້ອງຖິ່ນຂອງຕົນເອງ, ທັງນີ້ກໍ່ເພື່ອ ເສີມຂະຫຍາຍພາບົດບາດສະມາຄົມຄົນພິການລາວແລະບັນດາຜູ້ພິການທີ່ຢູ່ປະເທດລາວ.

ຂອບໃຈທຸກທ່ານເຂົ້າຢ້ຽມຊົມເວັບໄຊ້ຂອງພວກເຮົາ.
ຫ້ອງການຕັ້ງຢູ່ບ້ານ ທົ່ງກາງ ຖະໜົນມິດຕະພາບ ລາວ-ໄທ
ໂທ:(856)21-312 510,ແຟັກ: (856)21-351 923, ຕູ້ ປ.ນ: 6751, email: ldpa@ldpalaos.org