ໂຄງການ​ຜະລິດ​ລາຍການ​ວິທະຍຸ “ ​ເພື່ອນ​ຄົນ​ພິການ ”

 

ອອກ​ອາກາດ​ທຸກໆ​ວັນ​ອາທິດ​ເວລາ 18​:30​ ນາທີ ຫາ 19​:00 ດ້ວຍ​ລະບົບ:

""ສະໜັບສະໜູນ​ໂດຍ​ອົງການ HIB ""

 

 

ຍຸດທະສາດໃນການຜະລິດລາຍການວິທະຍຸ   ເພື່ອນຄົນພິການ  ແມ່ນການສ້າງຄວາມເຂົ້າໃຈອັນດີລະຫວ່າງຄົນພິການໃຫ້ຖືກ​ຍອມຮັບ​ຈາກ

​ຄົນ​ບໍ່​ເປັນ​ພິການ ແລະມີສິດທິເທົ່າທຽມກັບຄົນປົກກະຕິໃນສັງຄົມແລະເຮັດໃຫ້ສັງຄົມມີສ່ວນຮ່ວມໃນການຟື້ນຟູແລະພັດທະນາຄົນພິການລາວບັນດາ

ເຜົ່າໃຫ້ສາມາດຊ່ວຍເຫລືອຕົນເອງໄດ້ແລະປູກຈິດສຳນຶກທົ່ວສັງຄົມຮັບຮູ້ຄວາມສາມາດຂອງຄົນພິການລາວບັນດາເຜົ່າແມ່ນສ່ວນໜຶ່ງຂອງສັງຄົມ

ໃນການພັດທະນາ, ສ້າງສາປະເທດຊາດກໍ່ຄື:

  1. ເຜີຍແພ່ຂໍ້ມູນຂ່າວສານຕ່າງໆທີ່ເປັນປະໂຫຍດໃນການຟື້ນຟູແລະພັດທະນາຄົນພິການຢູ່ບັນດາປະເທດທີ່ຢູ່ອ້ອມຂ້າງແລະໃນໂລກໃຫ້ຄົນພິການລາວໄດ້ຮັບຮູ້.
  2. ເຜີຍແພ່ທາງດ້ານສິດທິຂອງຄົນພິການໃຫ້ຮັບຮູ້ແລະມີສິດເທົ່າທຽມກັບຄົນປົກກະຕິໃນສັງຄົມ.
  3. ເຜີຍແພ່ບັນດາຜົນງານທາງດ້ານກິດຈະກຳທາງດ້ານການສຶກສາ,ການຝຶກວິຊາຊີບ, ການມີວຽກເຮັດງານທຳຂອງຄົນພິການ,ການຊ່ວຍເຫລືອ ຕົນເອງຈົນປະສົບຜົນສຳເລັດ ໃນການດຳລົງຊີວິດຂອງຄົນພິການຜູ້ທີ່ມີຄວາມອົດທົນພະຍາຍາມໃນການປະກອບອາຊີບທີ່ ແທດເໝາະກັບຄວາມ
  4. ເປັນພິການ ແລະ ພອນສະຫວັນຂອງຕົນເອງ.
  1. ໃຫ້ສາລະ,ຄວາມຮູ້ທາງດ້ານວິຊາການ,ວິທະຍາສາດ,ກົດໜາຍ,ບັນເທີງ ແລະ ຕອບຂໍ້ຂ້ອງໃຈ ຂອງສະມາຊິກ.
  2. ເປັນສື່ປະສານຄວາມເຂົ້າໃຈອັນດີລະຫວ່າງຄົນປົກກະຕິໃນສັງຄົມກັບຄົນພິການແມ່ນມີສິດເທົ່າທຽມກັນແລະ ເປັນພົນລະເມືອງລາວຄືກັນໂດຍບໍ່ມີການຈຳແນກຊຶ່ງກັນແລະກັນ.

 ພະນັກງານປະຈໍາໜ່ວຍງານສື່ສານມວນຊົນ


ໜ່ວຍງານສື່ສານມວນຊົນຂອງສະມາຄົມຄົນພິການລາວແມ່ນໜ່ວຍງານໜຶ່ງທີ່ຈັດຕັ້ງຂື້ນມາເພື່ອຊອກຫາແຫຼ່ງ
ຂໍ້ມູນຕ່າງໆທາງພາກລັດ ແລະ ພາກເອກະຊົນ ລວມໄປເຖິງອົງການຈັດຕັ້ງສາກົນຕ່າງໆທີ່ກ່ຽວຂ້ອງກັບ
ຄົນພິການເພື່ອນໍາມາອອກຂ່າວທາງວິທະຍຸກະຈາຍສຽງ, ໜັງສືພີມ(ວຽງຈັນໃໝ່) ແລະ ເວັບໄຊເພື່ອໃຫ້ຄົນພິ
ການຂອງລາວເຮົາກໍ່ຄືໃນໂລກໃຫ້ຮັບຮູ້ຂໍ້ມູນ ແລະ ກິດຈະກາໍການເຄືອນໄຫວຕ່າງໆ ຂອງສະມາຄົມຄົນພິການລາວ.

             
                        

ຊື່ ແລະ ນາມສະກຸນ
ໜ້າທີ່ຮັບຜິດຊອບ
ທ່ານ ເກັຣກກໍຣີ ຜູ້ປະສານງານ
ທ່ານ ສົມເພັດ ອັກຂະວົງ ຜູ້ປະສານງານ
ນາງ ສີວັນ ໄຊເກຍ ຜູ້ຜະລິດລາຍການວິທະຍຸ
ທ້າວ ສິງໄຊ ຫຼໍ່ ຜູ້ອອກແບບເວັບໄຊ້
ນາງ ມານິດ ພິທີກອນ

ກັບຄືນ