ຄົນ​ພິການ​ລາວ​ບັນດາ​ເຜົ່າ​ໄດ້​ຮັບ​ເຂົ້າ​ກີ​ນ

ຄົນ​ພິການ​ລາວ​ລາວ​ບັນດາ​ເຜົ່າ​ແມ່ນ​ມີ​ຫລາຍ​ສົມຄວນ​ໃນ​ຂອບ​ເຂດ​ທົ່ວປະ​ເທດ, ພວກ​ເຂົາ​ສ່ວນ​ຫລາຍ​ກາຍ​ເປັນ​ພິການ​ຍ້ອນ​ເກີດ​ມາ​ຈາກ​ສົງຄາມ,
ຜົນ​ກະທົບ​ຈາກ​ລູກ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ, ອຸປະຕິ​ເຫດ​ຈາກ​ການ​ອອກ​ແຮ​ງງານ, ການ​ຈາລະ​ຈອນ, ຈາກ​ພະຍາດ ​ແລະ ຈາກ​ກຳ​ເນີ​ດ. ສ່ວນ​ຫລາຍ
​ມີ​ຖານະ​ທຸກ​ຍາກຂາດ​ເຂົ້າ​ກີ​ນໂດຍ​ສະ​ເພາະ​ແມ່ນ​ຄົນ​ພິການ​ຢູ່​ເຂດ​ເມືອງ​ກະ​ລືມ ​ແລະ ດັກ​ຈືງ ​ແຂວງ​ສາລະ​ວັນ ພວກ​ເຂົາ​ຈະ​ຊາດ​ເຂົ້າ​ກີ​ນປະມານ 3 ​ເດືອນ​ຕໍ່​ປີ​ຊຶ່ງ​ເຮັດ​ໃຫ້ຄົນ​ພິການ​ລາວ​ບັນດາ​ເຜົ່າ​ບໍ່​ມີ​ໂອກາດ​ໄດ້​ພັດທະນາ​ຕົນ​ເອງ. ​ໂດຍ​ເຫັນ​ຄວາມ​ສຳຄັນ​ດັ່ງກ່າວ​ສະມາຄົມ​ຄົນ​ພິການ​ລາວຈຶ່ງ​ໄດ້​ ຮັບ​ການ​ຮ່ວມ​ມື​ເປັນ​ຢ່າງ​ດີ​ກັບ​ອົງການ​ສຸພາ​ນິມິດ​ປະຈຳ​ລາວ ສ.ປ.ປ.ລາວ​ຊື່​ງ​ເປັນ​ອົງການ​ກຸສົນ​ທີ່​ບໍ່​ຫວັງ​ຜົນ​ຕອບ​ແທນ​ທີ່​ບໍ່​ຂື້ນ​ກັບ​ລັດ​ທະ​ບານ​ໄດ້​ໃຫ້ການ​ສະໜັບສະໜູນ​​ເຂົ້າ​ກີ​ນ​ໃຫ້​ແກ່​ຄົນ​ພິການ​ລາວ​ບັນດາ​ເຜົ່າ​ມາ​ໄດ້ 2 ປີ​, ປີ ລະ 150 ​ໂຕນ. ຄື​ໃນ​ວັນ​ທີ 30 ​ເດືອນ​ຕຸລາ 2006 ສະມາຄົມ​ຄົນ​ພິການ​ລາວ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຮັບ​ເອົາ​ການ​ຊ່ວຍ​ເຫລືອ​ເຂົ້າ​ກີ​ນ
ກັບ ອົງການ​ສຸພາ​ນິມິດ​ຈຳນວນ 150 ​​ໂຕນ ​ເພື່ອ​ນຳ​ໄປ​ແຈກ​ຢາຍ​ໃຫ້​ບັນດາ​ສະມາຊິກ​ຄົນ​ພິການ​ທີ່ຢູ່​ແຂວງ
 

ລາຍຊື່ແຂວງ

ຈໍານວນສະມາຊິກ

ຈໍານວນເຂົ້າທີ່ໄດ້ຮັບ

ສາລະ​ວັນ  156  ຄົນ 6 ໂຕນ
​ເຊ​ກອງ  689 29,5
ຈຳປາ​ສັກ 

556

22,5 
ນະຄ​​ແນ​ຫລວງ​ວຽງ​ຈັນ  1166 28 
ອຸດົ​ມ​ໄຊ   146 4  
​ໄຊ​ຍະ​ບູລີ   303 13
ຫລວງ​ພະ​ບາງ  680 29,5
ຊຽງ​ຂວາງ  445 17,5

ໃນຕອນເຊົ້າຂອງວັນທີ 13/12/06 ເວລາ 10:30 ໄດມີການແຈກຢາຍເຂົ້າໃຫສະມາຊິກສະມາຄົມຄົນພິການລາວຢູທີ່ສາງອຸປະໂພກບໍລິໂພກຂອງກະຊວງແຮງ ງານ ແລະ ສະ ຫັວດດີການສັງຄົມບາ້ນດົງໝາກຄາຍແຂວງວຽງຈັນເຊິ່ງເປັນປະທານການມອບເຂົ້າໂດຍທານ ນາງ ແພງມະນີ ແພງພົມກອງ ຄະນະຮັບຜິດຊອບການແຈກຢາຍເຂົ້າໃຫ້ສະມາຊິກ. ນອກຈາກນັ້ນຍັງມີຈຳນວນ 28 ກຸ່ມທົ່ວກຳແພງນະຄອນເຊິ່ງເຂົ້າທີ່ໄດຮັບຄັ້ງນີ້ທັງໝົດແມ່ນ 28 ໂຕນຈະແບ່ງໃຫ້ແຕ່ລະກຸ່ມໂດຍອີງໃສ່ຈຳນວນສະມາຊິກພາຍໃນແຕ່ລະກຸ່ມເຊິ່ງສະເລ່ຍ 24 ກິໂລຕໍ່ຜູ້ໜຶ່ງເຊິ່ງບັນດາຫົວໜ້າກຸ່ມກໍ່ໄດເຊັນຮັບເອົາຂອງໃຜຂອງ ລາວຕາມລຳດັບ.

 ການ​ປະກອບສ່ວນ​ຊ່ວຍ​ເຫລືອ​ເຂົ້າ​ກີ​ນ ຂອງ ອົງການ​ສຸພາ​ນິມິກ​ໃນ​ຄັ້ງ​ນີ້​ແມ່ນ​ເປັນ​ການ​ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ​ໃນ​ໝູ່​ຄົນ​ພິການລາວ​ບັນດາ​
ເຜົ່າ​ເຖີງວ່າ​ມັນ​ຈະ​ບໍ່​ຫລວງຫລາຍ ​ແລະ ກໍ່​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການຂອງສະມາຊິກແຕ່​ກໍ່​ເປັນ​ການ​ຊ່ວຍ​ບັນ​ເທົາ​ຄວາມທຸກ​ຍາກ ​ແລະ ​ເຮັດ​ໃຫ້​ຄົນ ​
ພິການ​ໄດ້​ມີ​ໂອກາດ​ພັດທະນາ​, ປະ​ກອບ​ກິດຈະກຳ​ຊ່ວຍ​ເຫລືອຕົນ​ເອງ​ເຊີ່ງ​ມັນ​ຖືກ​ກັບ​ທິດ​ທາງ​ນະ​ໂຍບາຍ ຂອງ ພັກ-​ລັດຖະບານ​ໃນ​ການ​ລົບ​ລ້າງ​ຄວາມ
ທຸກ​ຈົນ​ໃນ​ໝູ່​ປະຊາຊົນ​ລາວ​ແຕ່​ນີ້​ຫາ​ປີ 2020.

 

ກັບຄືນ