ສິດທິ ແລະ ຄວາມສະເໝີພາບທາງດ້ານໂອກາດຂອງຄົນພິການຢູ່ ສປປ ລາວ

ຂ້າພະເຈົ້າ ທ້າວ ສົມຂວັນຕສຸວັນທະລີສິດ, ໜ້າທີ່ ຮັບຜິດຊອບປັນຜູ້ປະສານງານ ທາງ ດ້ານ ສິດທິ ແລະ ຄວາມສະເໝີພາບ ທາງດ້ານໂອກາດ ຂອງ ຄົນພິການ ປະຈຳ ຢູ່ ສະມາຄົມ ຄົນພິການ ລາວ.

     ຄົນພິການກໍ່ແມ່ນມະນຸດຜູ້ໜື່ງທີ່ມີຄວາມຕ້ອງການໝືອນກັບຄົນທົ່ວໆໄປ ທີ່ດຳລົງຊີວິດ ຢູ່ໃນສັງຄົມ. ພວກເຂົາຕ້ອງ ການ ມີ ສິດທິ ແລະ ຄວາມສະເໝີພາບເໝືອນຄົນທົ່ວໄປໃນສັງຄົມ, ຕ້ອງການການສຶກສາ, ມີສຸຂະພາບທີ່ດີ, ມີວຽກເຮັດງານທຳ, ມີຄອບຄົວທີ່ອົບອຸ່ນ, ມີສ່ວນຮ່ວມນກິດຈະກຳຕ່າງໆ ໃນສັງຄົມ ແລະ ອື່ນໆ.

     ຍ້ອນວ່າ ໃນສັງຄົມ ຍັງມີສີ່ງກີດຂວາງຫລາຍຢ່າງຊື່ງເຮັດໃຫ້ຄົນພິການຖືກກີດກັ້ນ ແລະ ບໍ່ມີໂອ ກາດໄດ້ມີສ່ວນຮ່ວມກັບບັນດາຂະບວນການຕ່າງໆທີ່ກ່າວມາຂ້າງເທີງນັ້ນຈື່ງເປັນເຫດໃຫ້ຄົນພິການ ບໍ່ໄດ້ຮັບສິດທິ ແລະ ຄວາມສະເໝີພາບຢູ່ໃນສັງຄົມ. ບັນດາສີ່ງກີດຂວາງທີ່ເປັນບັນຫຕົ້ນຕໍ່ ຊື່ງສັງຄົມໄດ້ມອບໃຫ້ຄົນພິການມີຄື:

1. ທັດສະນະຄະຕຂອງ ຄົນທົ່ວໄປໃນສັງຄົມ

2. ສະພາບແວດລ້ອມ

3. ລະບົບ, ໂຄງສ້າງຕ່າງ

     ເພື່ອຢາກໃຫຄົນພິການໄດ້ມີໂອກາດຂົ້າເຖີງແຫລ່ງບໍລິການຕ່າງໆ ແລະ ໃຫ້ພວກເຂົາມີສິດ ສະເໝີພາບຢ່າງເຕັມປ່ຽມໃນສັງຄົມຈື່ງມີຈຳເປັນທີ່ສຸດ ທີ່ຈະທັບມ້າງບັນດາສີ່ງກີດຂວາງທີ່ໄດ້ກ່າວ ມານັ້ນ. ເພື່ອຢາກທັບມ້າງສິ່ງກີດຂວາງເຫລົ່ານັ້ນ, ການຝຶກອົບຮົມ ກ່ຽວກັບ ສິດທິ ແລະ ຄວາມສະ ເໝີພາບ ຂອງ ຄົນພິການ ຈື່ງມີຄວາມຈຳເປັນຕ້ອງຖືກຈັດຕັ້ງປະຕິບັດພື່ອສ້າງຄວາມຮັບຮູ້ໃໝ່ໃຫກັບ ຄົນພິການເອງ ແລະ ຄົນທົ່ວໄປຢູ່ໃນສັງຄົມອ້ອມຂ້າງ.

     ສະມາຄົມຄົນພິການລາວ (ສພລ) ຮ່ວມກັບ ອົງການພາວເວີ້ ຈື່ງໄດ້ສະໜັບສະໜູນວຽກງານ ດັ່ງກ່າວ, ໃນກາງເດືອນ ພະຈິກ 2005 ເຖີງ ທ້າຍເດືອນກຸມພາ 2006 ໄດ້ມີໂຄງການໃນການຈ້າງ ຊ່ຽວຊານ ຄູຝຶກ ດ້ານສິດທຂອງ ຄົນພິການ (ທີ່ເປັນຄົນພິການ) ຈາກ ປະເທດອັງກິດພື່ອມາຝຶກຫ້ແກ່ບັນ ດາ ຄົນພິການ, ພະນັກງານລັດຖະບານ ແລະ ພະນັກງານ ຂອງ ສພລ. ການຝຶກອົບຮົມດ້ແບ່ງອອກເປັນ ສອງ ພາກ ຄື: ການຝຶກອົບຮົມ ສິດທິ ແລະ ຄວາມສະເໝີພາບ ຂອງ ຄົນພິການ ແລະ ການຝຶກໃຫ້ເປັນຄູຝຶກ ກ່ຽວກັບ ສິດທຂອງ ຄົນພິການ.

     ມາເຖີງປະຈຸບັນ ສພລດ້ປະກອບທີມງານ ຄູຝຶກ ກ່ຽວກັບວຽກງານດັ່ງກ່າວ ແລະ ໄດ້ມີການຄື່ອນໃຫວຝຶກອົບຮົມດ້ຫລາຍແຂວງຊື່ງສະຫລຸບໄດ້ໂດຍຫຍໍ້ດັ່ງນີ້:

1.   ການຝຶກອົບຮົມ ສິດທິ ແລະ ຄວາມສະເໝີພາບ ຂອງ ຄົນພິການ ແລະ ການເສີມສ້າງ ບຸກຂລາກອນ

·               ປົ້າໝາຍ:

-          ພື່ອເປັນການ ລິເລີ້ມ ຂະບວນການ ສ້າງໂຄງຮ່າງ ກ່ຽວກັບ ສິດທຂອງ ຄົນພິການ ຢິ໘ ສປປ ລາວດຍ ອີງໃສ່ພື້ນຖານ ວັດທະນາທຂອງ ລາວ.

-          ພື່ອຊ່ວຍໃຫຜູ້ເຂົ້າຮ່ວມຂົ້າໃຈກ່ຽວກັບ ສິດທິ ແລະ ຄວາມສະເໝີພາບ ຂອງຄົນພິການດຍນຳໃຊ້ປະຫວັດຄວາມເປັນມາ ແລະ ທີ່ພັກອາໃສ ຂອງ ຄົນພິການ ຢູ່ໃນ ສປປ ລາວ ແລະ ໃນທົ່ວໂລກ.

-          ພື່ອທັບມ້າງ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບບັນດາສີ່ງກີດຂວາງນດ້ານສິດທິ ແລະ ຄວາມສະເໝີພາບ ຊື່ງເກີດຂື້ນກັບ ຄົນພິການໃນປະຈຸບັນ.

-          ພື່ອຊ່ວຍໃຫ້ຄົນພິການ ແລະ ບັນດາອົງການຈັດຕັ້ງ ອ້ອມຂ້າງດ້ມີການພັດທະນຄວາມຄິດ ແລະ ສົ່ງເສີມຄວາມຮູ້ ໃນດ້ານ ສິດທິ ແລະ ຄວາມສະເໝີພາບ ຂອງ ຄົນພິການ.

-          ພື່ອລິເລີ້ມນດ້ານປົກປ້ອງສິດທິ ແລະ ການສຶກສຂອງ ຄົນພິການ ແລະ ໂຄງການ ຝຶກອົບຮົມ, ຊື່ງມັນຈະຕອບສະໜອງ ຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບສິດທຄວາມສະ ເໝີພາບ ຂອງ ຄົນພິການ. ແລະ ມັນຍັງຈະໄດ້ ເປັນການທັບມ້າງ ທັດສະນະຄະຕຂອງ ຄົນໃນສັງຄົມ ຕໍ່ສິດທຂອງ ຄົນພິການ.

·               ຈຸດປະສົງ:

-          ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຕໍ່ປະສົບການ ຂອງ ພວກເຂົາເອງໂດຍອີງໃສ່ຄວາມເຂົ້າໃຈ ກ່ຽວກັບຄວາມເປັນພິການ ຊື່ງສັງຄົມໄດ້ມອບສີ່ງກີດຂວາງໃຫ້ກັບຄົນພິການ ທີ່ເຫັນໄດ້ ໃນການດຳລົງຊີວິດໃນປະເທກລາວ. ພວກເຂົາຍັງເຂົ້າໃຈລະອຽດຕື່ມວ່າ ແມ່ນຫຍັງ ຄືຄວາມຕ້ອງການ ຂອງ ພວກເຂົາໃນຕໍ່ໜ້າ ແລະ ແມ່ນຫຍັງ ຄືຄວາມຕ້ອງການ ຂອງ ຄົນພິການໃນອານາຄົດ.

-          ຜູ້ເຂົ້າຮ່ວມຍັງໄດ້ພັດທະນາຄວາມເຂົ້າໃຈ ຂອງ ພວກເຂົາ ກ່ຽວກັບ ຄວາມເປັນພິການ. ພວກເຂົາຍັງໄດ້ພັດທະນາຄວາມຮູ້ຄວາມສາມາດ, ຈົນກາຍເປັນຄວາມເຊື່ອໝັ້ນ ແລະ ມີພາບພົດໃນທາງບວກຂື້ນຕື່ມໃນຕົວ ຂອງ ພວກເຂົ້າ.

-          ພວກເຂົາໄດ້ເພີ່ມເຕີມຄວາມຮູ້ຄວາມສາມາດໃນການພົວພັນກັບຄວາມຕ້ອງການເພື່ອ ຕອບສະໜອງນການສ້າງນະໂຍບາຍ, ດັ່ງນັ້ນບັນດານະໂຍບາຍ ແລະ ກົດໝາຍທັງ ໝົດຈະຕ້ອງລວມເອົາສິດທິ ແລະ ຄວາມສະເໝີພາບ ຂອງ ຄົນພິການເຂົ້າຢູ່ນຳ.

 

·               ກິດຈະກຳ:

ທີມງານໄດ້ຈັດຕັ້ງການຝືກອົບຮົມ ສິດທິ ແລະ ຄວາມສະເໝີພາບ ຂອງ ຄົນພິການຢູ່ໃນ 8 ແຂວງ ແລະ ສາມກຸ່ມຢູ່ນະຄອນຫລວງ.

ນເດືອນ ມີນາ ປີ 2006, ໄດ້ເລີມການຝືກອົບຮົມຢູ່ໃນ 4 ແຂວງ ພາກເໜືອ ຊື່ງມີສາຂຂອງ ສພລ (ຊຽງຂວາງ, ຫລວງພະບາງ, ອຸດົມໄຊ, ແລະ ໄຊຍະບູລີ). ມີຜູ້ເຂົ້າຮ່ວມກ່ວາ 20 ຄົນ ຢູ່ໃນແຕ່ລະແຂວງ ລວມທັງຄົນພິການ ແລະ ພະນັກງານລັດຂັ້ນແຂວງ.

ທ້າຍເດືອນມສາ ເຖີງດືອນ ພຶດສະພາ 2006 ທິມງານໄດ້ເດີນທາງໄປເປິດການຝືກອົບຮົມ ຢູ່ສາມແຂວງ ພາກໃຕ້ (ສາລະວັນ, ຈຳປາສັກ, ແລະ ເຊກອງ)

·               ພວກເຮົາເຮັດຫຍັງ\

ພວກເຮົາໄດ້ຈັດຕັ້ງ ການຝືກອົບຮົມ ກ່ຽວກັບສິດທິ ແລະ ຄວາມສະເໝີພາບ ຂອງ ຄົນພິການ ຂັ້ນພື້ນຖານ ຂື້ນ 3 ວັນ. ພາຍໃຕ້ຫົວຂໍ້ ຄວາມຕ້ອງການ ຂອງ ຄົນພິການ, ແຫລ່ງທີ່ມາ ແລະ ຜູ້ຮັບ ຜິດຊອບບັນດາຄວາມຕ້ອງການເຫລົ່ານັ້ນ, ແລະ ແມ່ນຫຍັງຄືສີ່ງກີດຂວາງ ຕໍ່ຄົນພິການຊື່ງເຮັດໃຫ ພວກເຂົາບໍ່ມີຄວາມສະເໝີພາບຢູ່ໃນສັງຄົມ

·               ພວກເຮົາຝືກໃຫ້ໃຜ

-          ຄະນະບໍລິຫານງານ ສພລ ຂັ້ນຂວງ ພ້ອມດ້ວຍ ສະມາຊິກຄົນພິການຢູ່ໃນແຂວງ

-          ບັນດາພະນັກງານ ຈາກຫ້ອງການຕ່າງພາຍໃນແຂວງ

·               ພວກເຮົາເຮັດແນວໃດ

ຄູຝືກໄດ້ນຳໃຊ້ເອກກະສານອ້າງອີງຕ່າງໆ, ຈັດຕັ້ງກຸ່ມສົນທະນາ ແລະ ນຳໃຊ້ການຫລີ້ນເກມພື່ອຊ່ວຍໃຫການຝືກອົບຮົມມີບັນຍາກາດ

·               ພວກເຮົາໄດ້ຮັບຫຍັງແດ

-          ຜູ້ເຂົ້າຮ່ວມໄດ້ມີຄວາມເຂົ້າໃຈບບໃໝກ່ຽວກັບ ສິດທິ, ຄວາມຕ້ອງການ, ແລະ ສີ່ງກີດ ຂວາງຊື່ງສັງຄົມເປັນຜູ້ມອບໃຫ້ແກ່ຄົນພິການ

-          ພະນັກງານລັດໃນຂັ້ນແຂວງ ຜູ້ທີ່ເຮັດວຽກກ່ຽວກັບຄົນພິການດ້ມີຄວາມສົນໃຈຫລາຍ ກ່ຽວກັບຄວາມຕ້ອງການ, ສິດທິ, ແລະ ບັນດາສີ່ງກີດຂວາງ ຂອງ ຄົນພິການ. ຍັງມີອົງ ການຈັດຕັ້ງ ພາກລັດຈຳນວນໜື່ງນຂັ້ນແຂວງຫ້ຄຳໜັ້ນສັນຍາວ່າ ຈະສ້າງສີ່ງອຳນວຍ ຄວາມສະດວກຢູ່ໃນຫ້ອງການ ຂອງພວກເຂົາໃຫ້ແກ່ຄົນພິການພື່ອເຮັດໃຫ້ຄົນພິການນແຂວງໄດ້ສາມາດເຂົ້າມາໃຊ້ບໍລິການ

-          ຄົນພິການພາຍໃນແຂວງດ້ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ ກ່ຽວກັບ ບັນດາສີ່ງກິດຂວາງ ຕ່າງຢູ່ໃນສັງຄົມ ແລະ ການແກ້ໄຂຊື່ງຈຳເປັນຕ້ອງສະໜັບສະໜູນໃຫ້ປະຕິບັດ

 

·               ຂໍ້ສະເໜີສຳລັບ ວຽກງານຝຶກອົບຮົມ ສິດທ

ອີງໃສ່ສີ່ງທີ່ໄດກ່າວ ມາຂ້າງເທີງນັ້ນ, ການຝຶກອົບຮົມ ສິດທິ ແລະ ຄວາມສະເໝີພາບ ຂອງ ຄົນພິການມ່ນ ມີຄວາມສຳຄັນຫລາຍຢູ່ໃນ ສປປ ລາວ, ເປົ້າໝາຍມ່ນເພື່ອ ພັດທະນາ ແລະ ໃຫ້ຄວາມຮູ້ ແກ່ປະຊາຊົນລາວທັງໝົດ ລວມທັງ ຜູ້ບໍ່ພິການ.

ພື່ອຈະເຮັດໄດ້ດັ່ງນັ້ນ ສພລ ມີຂໍ້ສະເໜີຄື:

-          ຈັດຕັ້ງໃຫ້ມຂະແໜງ ຝຶກອົບຮົມ ສະເພາະ ກ່ຽວກັບສິດທິ ແລະ ຄວາມສະເໝີພາບ ຂອງ ຄົນພິການ ຢູ່ໃນ ສພລ ແລະ ນຳພາໂດຍ ຄົນພິການ, ຂະແໜງດັ່ງກ່າວ ຄວນຈະມີການ ຈັດຕັ້ງຂື້ນໄວໆນີ້

-          ຂະແໜງດັ່ງກ່າວຕ້ອງປະກອບອຸປະກອນໃຫ້ຄົບຊັ່ນ: ອີນເຕີເນັດ, ຄອມພິວເຕີ້ ແລັບ ທອບ, ເຄື່ອງສາຍ LCD, ກ້ອງຖ່າຍ ວີດີໂອ, ກ້ອງຖ່າຍຮູບ ດີຈີຕໍຣ, ແລະ ຂໍ້ມູນ ລະດັບ ສາກົນກ່ຽວກັບ ສິດທຄົນພິການ ຊື່ງອາດຈສາມາດ ຫາໄດ້ຈາກ ອີນເຕີເນັດ.

-          ພະນັກງານ ທີ່ເປັນຄົນພິການ ແລະ ສຳເລັດການຝຶກ ອົບຮົມສິດທມາແລ້ວຄວນຈະມການຈ້າງພີ້ມຕື່ມ

-          ລົດໃຫຍໜື່ງຄັນພື່ອ ສະດວກໃນການເດີນທາງປຝຶກອົບຮົມທົ່ວປະເທດ.

-          ຕ່ລະຊຸດຝຶກອົບຮົມ ຢ່າງໜ້ອຍ ຄວນຝຶກ 5 ວັນ

·               ຜນປະຕິບັດ ສົກ 2006 - 2007

ສຳລັບແຜນ ປະຕິບັດນຕໍ່ໜ້າມີລາຍລະອຽດລຸ່ມນີ້:

ຜນການດຳເນີນ­ ກິດຈະກຳ : ການ­ຝຶກອົບຮົມ ສິດທິ ແລະ ຄວາມສະເໝີພາບ ຂອງ ຄົ­ນພິກາ­ນ

ປະຈຳສົກປີ 05 / 2006 - 03 / 2007 ( ປີທີ 02 ໂຄງການ­ )

ລ/ດ

ກິດຈະກຳທີ່ຈະປະຕິບັດ

ວລາ / ເດືອ­ນ 2006

2007

ງົບປະມານ­/$

ໝາຍເຫດ

5

6

7

8

9

10

11

12

1

2

3

1

ກາ­ນຝຶກອົບຮົມ ສິດທຄັ້ງທີ 1 ຢູ່ ແຂວງ ຫົວພັນ­ (5 ວັ­ນ)

 

 

 

 

 

 

 

 

 

 

 

           2,000

ງົບປະມາ­ນມ່­ນ ລວມທັງໝົດ (ຄ່າຄູຝຶກ ແລະ ຄ່າໃຊ້ຈ່າຍ ໃ­ນການ­ຝຶກອົບຮົມ)

2

ການ­ຝຶກ ອົບຮົມ ສິດທິ ຢູ່ ສູ­ພັດທະ­າ ແມ່ຍິງ ພິກາ­ນ
ຄັ້ງທີ່ 1 (3 ວັນ­)

 

 

 

 

 

 

 

 

 

 

 

              800

3

ການຝຶກອົບຮົມ ສິດທຄັ້ງທີ 2 ຢູ່ ແຂວງ ຫລວງພະບາງ 3 ວັ­ນ

 

 

 

 

 

 

 

 

 

 

 

           1,400

4

ກາ­ນຝຶກອົບຮົມ ສິດທຄັ້ງທີ 2 ຢູ່ ແຂວງ ອຸດົມໄຊ 3 ວັ­ນ

 

 

 

 

 

 

 

 

 

 

 

           1,400

5

ກາ­ນຝຶກອົບຮົມ ສິດທຄັ້ງທີ 2 ຢູ່ ແຂວງຊຍະບູລີ 3 ວັ­ນ

 

 

 

 

 

 

 

 

 

 

 

           1,400

6

ກາ­ນຝຶກອົບຮົມ ສິດທຄັ້ງທີ 2 ຢູ່ ແຂວງ ຊຽງຂວາງ 3 ວັ­ນ

 

 

 

 

 

 

 

 

 

 

 

           1,400

7

ກາ­ນຝຶກອົບຮົມ ສິດທຄັ້ງທີ 2 ຢູ່ ແຂວງ ສາລະວັ­ 3 ວັນ­

 

 

 

 

 

 

 

 

 

 

 

           1,400

8

ກາ­ນຝຶກອົບຮົມ ສິດທຄັ້ງທີ 2 ຢູ່ ແຂວງ ຈຳປາສັກ 3 ວັ­ນ

 

 

 

 

 

 

 

 

 

 

 

           1,400

9

ກາ­ນຝຶກອົບຮົມ ສິດທຄັ້ງທີ 2 ຢູ່ ແຂວງຊກອງ 3 ວັ­ນ

 

 

 

 

 

 

 

 

 

 

 

           1,400

10

ກາ­ນຝຶກອົບຮົມ ສິດທຄັ້ງທີ 2 ຢູ່ ແຂວງ ວຽງຈັ­ 3 ວັນ­

 

 

 

 

 

 

 

 

 

 

 

           1,400

11

ກາ­ນຝຶກອົບຮົມ ສິດທຄັ້ງທີ 2 ຢູ່ ໜວ່ຍງາ­ ກືກ 3 ວັ­ນ

 

 

 

 

 

 

 

 

 

 

 

           1,400

12

ກາ­ນຝຶກອົບຮົມ ສິດທຄັ້ງທີ 1 ຢູ່ ສພລ ­ະຄອ­ຫລວງ 3 ວັ­ນ

 

 

 

 

 

 

 

 

 

 

 

              800

13

ກາ­ນຝຶກອົບຮົມ ສິດທຄັ້ງທີ 2 ຢູ່ ກຸ່ມໂ­­ສະຫວ່າງ 3 ວັ­ນ

 

 

 

 

 

 

 

 

 

 

 

           1,400

14

ກາ­ນຝຶກອົບຮົມ ສິດທຄັ້ງທີ 2 ຢູ່ ແຂວງ ຫົວພັ­ 3 ວັ­ນ

 

 

 

 

 

 

 

 

 

 

 

              750

15

ກາ­ນຝຶກອົບຮົມ ສິດທຄັ້ງທີ 3 ຢູ່ ແຂວງ ຫລວງພະບາງ 3 ວັ­ນ

 

 

 

 

 

 

 

 

 

 

 

              750

16

ກາ­ນຝຶກອົບຮົມ ສິດທຄັ້ງທີ 3 ຢູ່ ແຂວງ ອຸດົມໄຊ 3 ວັ­ນ

 

 

 

 

 

 

 

 

 

 

 

              750

17

ກາ­ນຝຶກອົບຮົມ ສິດທຄັ້ງທີ 3 ຢູ່ ແຂວງຊຍະບູລີ 3 ວັ­ນ

 

 

 

 

 

 

 

 

 

 

 

              750

18

ກາ­ນຝຶກອົບຮົມ ສິດທຄັ້ງທີ 3 ຢູ່ ແຂວງ ຊຽງຂວາງ 3 ວັ­ນ

 

 

 

 

 

 

 

 

 

 

 

              750

19

ກາ­ນຝຶກອົບຮົມ ສິດທຄັ້ງທີ 3 ຢູ່ ແຂວງ ວຽງຈັ­ 3 ວັ­ນ

 

 

 

 

 

 

 

 

 

 

 

              750

20

ກາ­ນຝຶກອົບຮົມ ສິດທຄັ້ງທີ 2 ຢູ່ ­ະຄອ­ຫລວງ 3 ວັ­ນ

 

 

 

 

 

 

 

 

 

 

 

              750

21

ກາ­ນຝຶກອົບຮົມ ສິດທຄັ້ງທີ 3 ຢູ່ ແຂວງ ສາລະວັ­ 3 ວັ­ນ

 

 

 

 

 

 

 

 

 

 

 

              750

22

ກາ­ນຝຶກອົບຮົມ ສິດທຄັ້ງທີ 3 ຢູ່ ແຂວງ ຈຳປາສັກ 3 ວັ­ນ

 

 

 

 

 

 

 

 

 

 

 

              750

23

ກາ­ນຝຶກອົບຮົມ ສິດທຄັ້ງທີ 3 ຢູ່ ແຂວງຊກອງ 3 ວັ­ນ

 

 

 

 

 

 

 

 

 

 

 

              750

24

ກາ­ນສຳມະ­ນທົບທວ­ນ ບັ­ດາຄູຝຶກຕ່ລະແຂວງ 2 ວັ­ນ (ຢູ່ວຽຈັ­ນ)

 

 

 

 

 

 

 

 

 

 

 

           2,500

 

 

ລວມ :

         27,600

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ສະຫລຸບ:

ການຝືກອົບຮົມສິດທິ ແລະ ຄວາມສະເໝີພາບ ຂອງ ຄົນພິການແມ່ນມີຄວາມຈຳເປັນທີ່ສຸດ ທີ່ ຈະຕ້ອງມີການປັບປຸງ ແລະ ສືບຕໍ່ການຝືກໄປເລື້ອຍຢູ່ໃນ ສປປ ລາວ ຍ້ອນວ່າ:

-          ສປປ ລາວ ປະຈຸບັນແມ່ນກຳລັງຢູ່ໃນຂະບວນການ ຮ່າງກົດໝາຍໃຫ້ແກ່ຄົນພິການ, ການຝືກອົບຮົມ ສິດທິ ແລະ ຄວາມສະເໝີພາບ ຂອງ ຄົນພິການມ່ນ ຈະຊ່ວຍໄດ ຫລາຍໃນການສົ່ງເສີມຄວາມຮູ້ໃຫ້ແກ່ຄົນຢູ່ໃນສັງຄົມພື່ອຊ່ວຍໃຫ້ພວກເຂົາມີຄວາມຂົ້າໃຈກ່ຽວກັບສິດທິ ແລະ ຄວາມສະເໝີພາບຢູ່ໃນສັງຄົມ ຂອງ ຄົນພິການ ແລະ ຍັງ ຊ່ວຍໃຫ້ວຽກງານຫ່າງກົດໝາຍສຳລັບຄົນພິການໄວຂື້ນຕືມ.

 

                                                           ກັບຄືນ