ທ່ານ ສິງຄໍາ ຕະກຸນພັກ
ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດສະແດງຄວາມຮູ້ສຶກຂອງຂ້າພະເຈົ້າຕໍ່ກັບ ການເປີດເວັບໄຊໃໝ່ເປັນຄັ້ງທໍາອິດຂອງສະມາຄົມຄົນພິການລາວ. ການດໍາເນີນກ່ຽວກັບເລື່ອງນີ້ທີມງານຂອງພວກເຮົາໄດ້ສະລະ ເວລາຫຼາຍພໍສົມຄວນແລະໄດ້ສູມທຸກເຮື່ອແຮງແລະສະປັນຍາເຂົ້າໃນວຽກງານດັ່ງກ່າວນີ້. ຂໍ້ມູນລາຍລະອຽດແລະກິດຈະກໍາຕ່າງໆແມ່ນເລັ່ງໃສ່ການເຄື່ອນໄຫວກິດຈະກໍາໃນດ້ານຕ່າງໆຂອງສະມາຄົມຄົນພິການລາວ ທີກໍາລັງປະຕິບັດຢູ່ແລະຈະປະຕິບັດໃນຕໍ່ໜ້າ. ພວກເຮົາຄໍານຶງຢູ່ສະເໝີວ່າສະມາຄົມຄົນພິການລາວຂອງພວກເຮົາແມ່ນຍັງໜຸ່ມນ້ອຍ ແຕ່ພວກເຮົາມີຄວາມຮັບຜິດຊອບຫຼາຍຕໍ່ກັບຄົນພິການຢູ່ໃນຂອບເຂດທົ່ວປະເທດ, ພວກເຮົາຄໍານຶງຢູ່ສະເໝີວ່າພວກເຮົາຕ້ອງບໍລິ
ການຄົນພິການເຫຼົ່ານັ້ນ,ແຕ່ກ່ອນຈະເຮັດໄດ້ຄືແນວນັ້ນພວກເຮົາຕ້ອງຊອກຫາຄວາມຕ້ອງການຂອງພວກເຂົາເຈົ້າເສຍກ່ອນ, ເມື່ອພວກ ເຮົາຮູ້ເຖິງບັນຫາແລະຄວາມຕ້ອງການຂອງເຂົາເຈົ້າແລ້ວພວກເຮົາອາດຈະຊ່ວຍເຂົາເຈົ້າໄດ້ໂດຍການນໍາສະເໜີບັນດາຂໍ້ມູນຕ່າງໆທີ່ພວກເຂົາມີຄວາມຕ້ອງການ ຜ່ານເວັບໄຊ້ນີ້.ຂ້າພະເຈົ້າບໍ່ສາມາດປະເມີນຂໍ້ຫຸ້ຍງຍາກທັງໝົດໄດ້ໂດຍສະເພາະແມ່ນປະເທດລາວສ່ວນຫຼາຍຄົນພິການແມ່ນຢູ່ກະແຈກກະຈາຍ, ຫ່າງໄກຊອກຫຼີກ. ຄົນພິການສ່ວນຫຼາຍແມ່ນຄົນທິ່ທຸກຍາກ, ບໍ່ຮູ້ໜັງສື, ຂາດວຽກເຮັດງານທໍາ, ການຫາລາຍໄດ້ແມ່ນບໍ່ທັນ ກ້ວາງຂວາງແລະອື່ນໆ, ຄວາມທ້າທາຍທີ່ພວກເຮົາ ກໍາລັງປະເຊີນ ຢູ່ແມ່ນຍີ່ງໃຫ່ຍ.
ເພື່ອຈະເຮັດໃຫ້ໄດ້ຄືແນວນັ້ນ, ພວກເຮົາຈະຕ້ອງພົວພັນ ແລະ ເຮັດວຽກຢ່າງໃກ້ສິດກັບບັນດາອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ. ຂ້າພະເຈົ້າຫັວງສະເໝີວ່າບັນດາຂໍ້ມູນຕ່າງໆທີ່ໄດ້ສະເໜີອອກມາໃນເວັບໄຊນີ້ແມ່ນມີການກະກຽມທີ່ດີ, ສໍາລັບບັນດາອົງການຈັດຕັ້ງຕ່າງໆ. ທີ່ມີຄວາມສົນໃຈທີ່ຈະ ໃຫ້ການຊ່ວຍເຫຼືອພວກເຮົາ. ພວກເຮົາຈະໃຊ້ຄວາມພະຍາຍາມໃນການພັດທະນາທີມງານເຮັດວຽກໃຫ້ມີຄວາມເຂັ້ມແຂງ ແລະ ຫັວງວ່າບັນດາທ່ານທັງງຫຼາຍຈະ ເຫັນໄດ້ຄວາມໂປ່ງໃສຂອງການນດໍາເນີນວຽກງານຕ່າງໆໃນແຕ່ລະກິດຈະກໍາ, ແລະ ມີການລາຍງານທຸກຂັ້ນຕອນຂອງການເຮັດວຽກລວມທັງການໃຊ້ງົບປະມານ.
ຂ້າພະເຈົ້າຂໍເຊີນຊວນບັນດາອົງການຈັດຕັ້ງຕ່າງໆໄດ້ກະລຸນາໃຫ້ການສະໜັບສະໜູນ ແລະ ເຂົ້າມາມີສ່ວນຮ່ວມໃນຄວາມພະຍາ
ຍາມຂອງພວກເຮົາ. ເຊື່ງທັງໝົດນີ້ແມ່ນເພື່ອການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຄົນພິການຢູ່ ສປປລາວ ໃຫ້ມີການດໍາລົງຊີວິດທີ່ດີຂື້ນ.
ຂໍຂອບໃຈ
ສິງຄໍາ ຕະກຸນພັກ
ປະທານສະມາຄົມຄົນພິການລາວ
ສິງຫາ 2006